ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອີ​ຣານ ຍົກ​ລະດັບ​ລົດ​ຕັງ M60


     ໜັງສືພິມ​ກອງທັບ​ປະຊາຊົນ ຫວຽດນາມ​ ລາຍ​ງານ​ຂ່າວ​ໃຫ້​ຮູ້​ວ່າ: ຫວ່າງ​ມໍ່ໆມານີ້, ໃນ​ເຄືອ​ຂ່າຍ​ສື່​ສັງຄົມ​ອອນ​ລາຍ ໄດ້​ເປີດເຜີຍ​
ໃຫ້​ເຫັນ​ລົດ​ຕັງ M60 ທີ່​ຜະລິດ​ໂດຍ​ສະຫະລັດ​ອາ​ເມ​ຣິ​ກາ, ທີ່​ຫັນ​ມາ​ເປັນ​ຜະລິດ​ຕະ​ພັນ​ອຸດສາຫະກຳ​ປ້ອງ​ກັນ​ຊາດ ຂອງ​ອີ​ຣານ, ເຊິ່ງ
​ສະແດງ​ໃຫ້​ເຫັນ​ຄວາມ​ກ້າວໜ້າ​ຂອງ​ອີ​ຣານ ໃນ​ການ​ປັບປຸງ​ອາວຸດ​ຍຸດ​ໂທ​ປະກອນ ແລະ ຍຸດ​ທະ​ສາດ​ເພີ່ມ​ທະວີ​ກຳລັງ​ການ​ທະຫານ
ໃນ​ສະພາບ​ການ​ຂອງ​ໂລກ​ທີ່​ກຳລັງ​ຜັນ​ແປ​ໄປ​ຢ່າງ​ສັບສົນ.

     ຈາກ​ສະພາບ​ການ​ດັ່ງກ່າວ, ອີ​ຣານພວມ​ຍົກ​ລະດັບ​ລົດ​ຕັງ M60 ປະມານ 150 ຄັນ. ລົດ​ຕັງ​ເຫຼົ່າ​ນີ້​ໄດ້​ຖືກ​ນຳ​ໃຊ້​ໃນ​ຊຸມ​ປີ 1970
ເພື່ອ​ເພີ່ມ​ຄວາມ​ສາມາດ​ໃຫ້​ແກ່​ກຳລັງ​ປະກອບ​ອາວຸດ. ອີ​ຣານ​ໄດ້​ຊື້ M60 ລຸ້ນ​ທີ​ສອງ ທີ່​ມີ​ກຳລັງ​ການ​ຍິງ​ທີ່​ແຂງແຮງ, ປ້ອງ​ກັນ ແລະ
ເຄື່ອນ​ທີ່​ໄວ, ເໝາະ​ສົມ​ກັບ​ຄວາມ​ຕ້ອງການ​ຂອງ​ການ​ສູ້​ຮົບ. ອາວຸດ​ຫຼັກ​ຂອງ​ລົດ​ຕັງ​ຊະນິດ​ນີ້, ແມ່ນ​ປືນ​ໃຫຍ່ M68 ຂະໜາດ 105ມມ;
ຍິງ​ໄດ້​ກັບ​ລູກປືນ​ຫຼາຍ​ປະເພດ, ລວມ​ທັງ​ລູກປືນ (HEAT) ແລະ​ລູກປືນ​ເຈາະ​ເກາະ​ທັນ​ສະໄໝ (APFSDS); ຍັງ​ມີ​ປືນ​ກົນ M85
12.7​ມມ ແລະ​ ປືນ​ກົນ M73 7.62 ​ມມ (ຕໍ່​ມາ​ໄດ້​ຖືກ​ປັບປຸງ​ເປັນ M219 ແລະ M240C), ຊ່ວຍ​ໃຫ້​ມີ​ຄວາມ​ທົນ​ທານ​ໃນ​ສະ
ໜາມ​ສູ້​ຮົບ. ການ​ຍົກ​ລະດັບ M60, ອີ​ຣານ​ໃຊ້​ເຄື່ອງ​ຈັກ​ກາ​ຊວນ Continental AVDS-1790-2 V12 twin-turbo ເຄື່ອງ​ດຽວ
​ກັນ​ກັບ​ລົດ​ຕັງ M60A1; ລົດ​ສາມາດ​ແລ່ນ​ໄດ້​ເຖິງ 48 ກິໂລແມັດ​ຕໍ່​ຊົ່ວໂມງ ແລະ ແລ່ນ​ໄດ້​ປະມານ 500 ກິໂລແມັດ/1ຄັ້ງ; ລົດ​ມີ​ນ້ຳ
ໜັກ​ປະມານ 52,6 ໂຕນ, ຍາວ 9,3 ແມັດ, ກວ້າງ 3,63 ແມັດ ແລະ​ສູງ 3,27 ແມັດ. ນອກຈາກ​ນັ້ນ, ລົດ​ຕັງ​ດັ່ງ ກ່າວ​ຍັງ​ຕິດ​ປືນ​ກົນ
M240 7.62 ​ມມ ແລະ ປືນ​ກົນ​ໜັກ M2 Browning ເພື່ອ​ເພີ່ມ​ກຳລັງ ​ການ​ຍິງ​ໃນ​ການ​ໂຈມ​ຕີ​ທາງ​ອາ ກາດ ແລະ ​ທາງບົກ​ໄດ້​ອີກ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 28/03/2024